Q & A

当前位置:主页 > ຂ່າວສານ > Q & A >

ຄວາມໄດ້ປຽບຂອງການຮຽນຊັ

作者: huihui 时间:2018-01-08 17:20 来源:未知
摘要:ຄວາມໄດ້ປຽບຂອງການຮຽນຊັ້ນສູງ3ປີມີຫຍັງແດ່? ຕອບ: ເລືອກຮຽນຊັ້ນສູງ3ປີແມ່ນທາງເລືອກທີ່ດີຫຼາຍ...

ຄວາມໄດ້ປຽບຂອງການຮຽນຊັ້ນສູງ3ປີມີຫຍັງແດ່?

ຕອບ: ເລືອກຮຽນຊັ້ນສູງ3ປີແມ່ນທາງເລືອກທີ່ດີຫຼາຍ,ມັນມີຂໍ້ໄດ້ປຽບ3ອັນໃຫຍ່ຄື:
ທຳອິດ, ຄ່າໃຊ້ຈ່າຍຕໍ່າ.ມະຫາວິທະຍາໄລຂອງປະເທດຈີນແບ່ງອອກເປັນຊັ້ນສູງ3ປີ(ວິທະຍາໄລວິຊາຊີບ)ແລະປະລິນຍາຕີ4ປີ(ມະຫາວິທະຍາໄລທົ່ວໄປ) ມະຫາວິທະຍາໄລປະລີນຍາຕີຈ່າຍຄ່າໃຊ້ຈ່າຍເອງແມ່ນຈ່າຍຫຼາຍກວ່າຊັ້ນສູງ3ຫາ4ເທົ່າ,ໂດຍສະເພາະປະລິນຍາຕີສ່ວນຫຼາຍຕ້ອງມີໃບຄາດການພາສາຈີນ1ປີ,ມາຕ້ອງໄດ້ໃບຄະແນນHSK,ເມື່ອເປັນແບບນີ້ຕ້ອງໄດ້ເພີ່ມຄ່າໃຊ້ຈ່າຍປະມານຢູ່ລະຫວ່າງ 2 ໝື່ນຢວນ.ແຕ່ຊັ້ນສູງ3ປີລວມທັງຮຽນກຽມພາສາຈີນ1ປີ,ສາມາດສະໝັກຂໍທືນບາງສ່ວນ,3ປີຄ່າຮຽນຟຣີ,3ປີຄ່າຫໍຟຣີ,ຄ່າໃຊ້ຈ່າຍທັງໝົດຂອງແຕ່ລະປີຈ່າຍຢູ່ໃນລະຫວ່າງ2ພັນຢວນລົງມາ.ດັ່ງນັ້ນ,ນັກຮຽນທີ່ຄິດຢາກເຂົ້າຮຽນຈ່າຍເງີນໜ້ອຍສາມາດເລືອກຮຽນຊັ້ນສູງສາມປີ,ຮຽນຈົບຮຽນຕໍ່ໃນລະດັບປະລິນຍາຕີ2ປີ.
ອັັນດັບທີ2, ສາມາດຮັບໃບປະກາດລະດັບປະລິນຍາຕີໄດ້. ລະບຽບກຳນົດຂອງກະຊວງສຶກສາຢູ່ຈີນ: ຊັ້ນສູງ3ປີຮຽນຈົບແລ້ວ,ສາມາດຮຽນຕໍ່ປະລິນຍາຕີເພີ່ມອີກ2ປີ,ສາມາດຮັບໃບປະກາດປະລິນຍາຕີແລະໃບຄະແນນ,ເມື່ອເປັນແບບນີ້ປີຮຽນທັງໝົດແມ່ນ5ປີ,ກັບຊັ້ນສູງ3ປີແມ່ນຟຣີທັງຄູ່ແລະກໍ່ສາມາດສະໝັກຂໍທືນຮຽນຕໍ່ປະລິນຍາຕີ2ປີຟຣີຄ່າຮຽນ. 4ປີປະລິນຍາຕີບວກ1ປີຮຽນພາສາຈີນເປັນ5ປີ,ກັບຊັ້ນສູງ3ປີບວກ2ປີຮຽນປະລິນຍາຕີກໍ່ຄືກັນ,ລ້ວນແຕ່ແມ່ນ5ປີ.
ອັັນດັບທີ3, ຊັ້ນສູງເຂົ້າຮຽນຕໍ່ປະລິນຍາຕີປະສິດຕິພາບໃນການຮຽນດີກວ່າ. ຮຽນພາສາຈີນ1ປີແລ້ວໄປຮຽນຂື້ນສາຍແມ່ນບໍພໍ,ຢ່າງໜ້ອຍຕ້ອງແມ່ນຮຽນ1ປີເຄິ່ງຮອດ2ປີ,ດັ່ງນັ້ນ,ໃນການຮຽນຊັ້ນສູງບວກປະລິນຍາຕີເປັນ5ປີປະສິດທິພາບການຮຽນໃນສາຂາຮຽນມີ3ປີຂື້ນໄປແລະກໍ່ມີຮຽນປະລິນຍາຕີ4ປີບາງອັນທີ່(1ປີຮຽນພາສາຈີນບວກຂື້ນສາຍ3ປີ)ປະສິດທິພາບຂອງການຮຽນມີແຕ່2ປີຂື້ນໄປ. ຂື້ນສາຍ5ປີຄວາມຮູ້ມີຄວາມສົມບູນກວ່າ,ການສຶກສາອົບຮົມຝີມືຄວາມສາມາດໃນການລົງມືເຮັດຂອງຊັ້ນສູງສາມາດຕອບສະໜອງການຈ້າງງານໄດ້ຫຼາຍກວ່າ
 
ຖ້າຕ້ອງການສອບຖາມລາຍລະອຽດເພີ່ມເຕີມ,ເຊີນເຂົ້າໄປໄດ້ທີ່ເວັບໄຊສສຶກສາໃນສປປຈີນwww.lslsy.cn,ຍື່ນໃບສະໝັກຂໍເຂົ້າຮຽນ-ສົ່ງໃບສະໝັກຂໍເຂົ້າຮຽນທາງອອນລາຍ,ໝາຍເຫດດີທີ່ສຸດແມ່ນປະຈຸບັນມີລະດັບພາສາຈີນແລະເລືອກຮຽນ,ໃນເວລາດຽວກັນສົ່ງອີເມວພົວພັນໄດ້ທີ່: studychina@aliyun.com


联系我们
Contact
联系我们
Как с нами связаться/ຕິດຕໍ່ເລົາ

Name:Zhou Jian

WeChat:z13327826889

Whatsapp:+8618052009342

E-mail:www_lslsy_cn@163.com

E-mail:2002b@163.com

Add:中国南京市浦口区浦口大道雅居乐酒店东侧门


[向上]
телефон/ໂທລະສັບ
+8618052009342

Copyright © 2002-2016 留学生招生 International student admissions 苏ICP备13058985号 版权所有

Online Q&A

QQ

телефон/ໂທລະສັບ:
+8618052009342
二维码

WeChat