Q & A

当前位置:主页 > ຂ່າວສານ > Q & A >

ສຶກສາໃນສປປຈີນ-ຂັ້ນຕອນກ

作者: huihui 时间:2018-01-08 17:20 来源:未知
摘要:ສຶກສາໃນສປປຈີນ-ຂັ້ນຕອນການລົງທະບຽນ ຂັ້ນຕອນທີ່1 ເລີ່ມຈາກການເຂົ້າໜ້າຕ່າງທຳອິດຂອງເວັບໄຊສກ...

ສຶກສາໃນສປປຈີນ-ຂັ້ນຕອນການລົງທະບຽນ
ຂັ້ນຕອນທີ່1 
ເລີ່ມຈາກການເຂົ້າໜ້າຕ່າງທຳອິດຂອງເວັບໄຊສການສຶກສາໃນສປປຈີນwww.lsly.cn,ຍື່ນໃບສະໝັກຂໍເຂົ້າຮຽນ-ສົ່ງໃບສະໝັກຂໍເຂົ້າຮຽນ, ໃຊ້ພາສາຈີນຫຼືພາສາອັງກິດຕື່ມຂໍ້ມູນລົງໃນຕາຕະລາງແລ້ວສົ່ງໃບສະໝັກ.ໃນນັ້ນເລືອກເອົາ2ປະເພດຂອງ
ໂຮງຮຽນມາຕື່ມຂໍ້ມູນໃສ່: ຊັ້ນສູງ3ປີ,ປະລີນຍາຕີ4ປີ,ປະລີນຍາໂທ,ປະລີນຍາເອກ, ຮຽນພາສາຈີນ,ປະເພດໃດກໍ່ໄດ້.
ອະທິບາຍເນື້ອໃນຂອງການຕື່ມຂໍ້ມູນ:ເປັນທືນບາງສ່ວນຮັບໄດ້ບໍ່?ບໍ່ມີການກຳນົດໂຮງຮຽນ?ຍື່ນສະ ໝັກຂໍເຂົ້າຮຽນສາຂາຫຍັງແດ່(ອິງຕາມລຳດັບໜ້າຫຼັງ)
  ໝາຍເຫດເບີໂທລະສັບຕິດຕໍ່ wechat\whatsapp\facebook?
 
ໃນເວລາດຽວກັນ: ສົ່ງເອກະສານສະໝັກຂໍເຂົ້າຮຽນດັ່ງໃນຕາຕະລາງລຸ່ມນີ້

ເອກະສານຈຳເປັນທີ່ຕ້ອງສົ່ງ ເລືອກເອກະສານທີ່ຕ້ອງສົ່ງ
A. ສະແກນໜັງສືເດີນທາງໃຫ້ຊັດເຈນ(ປະກອບມີໜ້າບັນທຶກວີຊ່າ); D.ຫລັກຖານລາຍຮັບດ້ານເສດຖະກິດ( ໃບຮັບປະກັນລາຍໄດ້ຂອງພໍ່ແມ່ຫຼືໃບຢັ້ນຢືນການຝາກເງີນຫຼາຍກວ່າ10,000ຢວນ)  
B. ໃບປະກາດມໍປາຍ,ໃບຄະແນນ; E. ໃບກວດສຸຂະພາບ
C. ຕື່ມຂໍ້ມູນລົງແບບຟອມໃຫ້ຄົບຖ້ວນ; F. ໃບຍ້ອງຍໍອື່ນໆທີ່ສາມາດນຳມາເປັນຫຼັກຖານໃນຄວາມສາມາດດ້ານການຮຽນແລະໃບຢັ້ງຢືນພິເສດ
ຂໍ້ລະວັງ: A—Cເປັນເອກະສານໃນການສະໝັກຂໍທືນທີ່ຈຳເປັນຕ້ອງສົ່ງ, ນັກຮຽນທີສົ່ງເອກະສານຂໍສະໝັກທືນD—Fຈະໄດ້ຮັບສິດທີພິເສດໃນການຮັບເຂົ້າຮຽນກ່ອນ;ເອກະສານທັງໝົດສົ່ງໄປຍັງ studychina@aliyun.com

ຂັ້ນຕອນທີ2 
ເວັບໄຊສwww.lslsy.cnອີງຕາມສະຖານະການຂອງທ່ານ, ສົ່ງຂໍ້ມູນຂອງທ່ານໄປຍັງໂຮງຮຽນທີ່ກ່ຽວຂ້ອງເພື່ອອະນຸມັດ,ໄດ້ຮັບການຄັດເລືອກເຂົ້າຮຽນແລ້ວ, ສົ່ງຮູບໃບຕອບຮັບຂອງໂຮງຮຽນໃຫ້

ຂັ້ນຕອນທີ3 
ຈ່າຍຄ່າຂົນສົ່ງໄປສະນີສາກົນໄປຍັງບັນຊີທີ່ເວັບໄຊສກໍານົດໄວ້(ໃນສ່ວນຂອງປະເທດທີ່ຢູ່ພູມິພາກເອເຊຍຕາເວັນອອກສຽງໃຕ້20ໂດລາ,ປະເທດອື່ນໆ40ໂດລາ) ຖ້າເວັບໄຊສໄດ້ຮັບເງີນຄ່າສົ່ງເອກະສານແລ້ວ,ຈະສົ່ງໃບຕອບຮັບຂອງໂຮງຮຽນ,ໃບວິຊ່າJW202ທີ່ເປັນໃບແທ້ໃຫ້

ຂັ້ນຕອນທີ4
ນັກຮຽນໄດ້ຮັບເອກະສານທາງໄປສະນີແລ້ວ,ແລ່ນເອກະສານແລະເຮັດວິຊ່າເອງ.

ຂັ້ນຕອນທີ5
ອີງຕາມວັນເວລາທີ່ໄດ້ແຈ້ງໄວ້,ມາລົງທະບຽນເຂົ້າຮຽນ,ສາມາດຈອງປີ້ຍົນໃຫ້ກ່ອນແລະມີລົດຮັບສົ່ງໃນ
ຈີນ,ສາມາດຖາມຕອບໄດ້ເຊັ່ນ”ນັກຮຽນຈະໄປລົງທະບຽນເຂົ້າຮຽນຢູ່ ສປປຈີນ ໄປແນວໃດ?”

ຂັ້ນຕອນທີ6
ມາຮອດໂຮງຮຽນສປປຈີນພາຍໃນໜຶ່ງອາທິດ,ຈ່າຍຄ່າບໍລິການແນະນຳໄປຍັງບັນຊີທີ່ເວັບໄຊສໄດ້ກຳນົດໄວ້,
ສ່ວນຫຼາຍຄ່າບໍລິການແນະນຳຂອງ”ທືນບາງສ່ວນ”ແມ່ນ350ໂດລາຮອດ450ໂດລາ,ຖືເອົາການແຈ້ງການ
ຂອງເວັບໄຊເປັນມາດຖານ(ຄ່າບໍລິການແນະນຳບໍ່ໄດ້ລວມຄ່າຂົນສົ່ງໄປສະນີສາກົນ,ຄ່າຮັບສົ່ງ,ຄ່າປີ້ຍົນແລະຄ່າອື່ນໆ).
ຖ້າຕ້ອງການສອບຖາມລາຍລະອຽດເພີ່ມຕື່ມ,ເຊີນເຂົ້າໄປໄດ້ທີ່ເວັບໄຊສສຶກສາໃນສປປຈີນwww.lslsy.cn,ຍື່ນໃບສະໝັກຂໍເຂົ້າຮຽນ-ສົ່ງໃບສະໝັກຂໍເຂົ້າຮຽນທາງອອນລາຍ,ນຳສົ່ງຄວາມຕ້ອງການຂອງທ່ານ
ໝາຍເຫດ: ດີທີສຸດແມ່ນປະຈຸບັນມີລະດັບພາສາຈີນ ແລະ ເປົ້າໝາຍການຮຽນ.


联系我们
Contact
联系我们
Как с нами связаться/ຕິດຕໍ່ເລົາ

Name:Zhou Jian

WeChat:z13327826889

Whatsapp:+8618052009342

E-mail:www_lslsy_cn@163.com

E-mail:2002b@163.com

Add:中国南京市浦口区浦口大道雅居乐酒店东侧门


[向上]
телефон/ໂທລະສັບ
+8618052009342

Copyright © 2002-2016 留学生招生 International student admissions 苏ICP备13058985号 版权所有

Online Q&A

QQ

телефон/ໂທລະສັບ:
+8618052009342
二维码

WeChat